ບໍລິສັດ ເອັນຊີຊີ ຈຳກັດ ຜູ້ດຽວ
ມີທີ່ຕັ້ງຢູ່ ບ້ານໂພນໄຊ ເມືອງຈັນທະບູລີ ແຂວງ ນະຄອນຫລວງວຽງຈັນ ເບີໂທຕິດຕໍ່ 8899.
ພວກເຮົາໄດ້ດຳເນີນການບໍລິການມາແຕ່ປີ 2011 ໂດຍເລີ້ມຈາກ ເປັນຕົວແທນຈຳໜ່າຍຫວຍມືຖື ຂອງ ລັດວິສາຫະກິດ ຫວຍພັດທະນາ ທີ່ຈຳໜ່າຍຜ່ານ ລະບົບ ຂໍ້ຄວາມສັ້ນ SMS/USSD ແລະ ລະບົບສຽງຕອບຮັບອັດຕະໂນມັດ IVR ຂອງເຄືອຂ່າຍໂທລະຄົມໃນລາວ, ຈຳໜ່າຍຜ່ານບໍລິການທະນາຄານຄື ລະບົບໂມບາຍແບງຄິງ (Mobile Banking) ແລະ ATM, ຈົນມາເຖິງປີ 2015 ໄດ້ເ
ລີ້ມນຳໃຊ້ລະບົບຫວຍທັນສະໄໝ ແບບແອັບພິເກຊັນ ໃນທ້ອງຕະຫລາດລາວ.
ໃນປີ 2016 ພວກເຮົາໄດ້ພັດທະນາລະບົບການຕື່ມມູນຄ່າໂທແບບອີເລັກໂຕນິກ ຜ່ານແອັບພິເກຊັນທີ່ຊື່ວ່າ ວີໂຫລດ (Wiload) ຊຶ່ງໃຫ້ຄວາມສະດວກແກ່ລູກຄ້າສາມາດຕື່ມມູນຄ່າໂທໄດ້ທຸກເຄືອຂ່າຍໃນແອັບດຽວ ພຽງແຕ່ມີໂທລະສັບມືຖືແບບສະມາສໂຟນ.
ແລະໃນປີ 2016 ໄດ້ສ້າງຕັ້ງສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ນິວຄອນເຊັບ ຂຶ້ນເພື່ອໃຫ້ບໍລິການການເງິນຈຸລະພາກແບບດີຈີຕ້ອນ ໂດຍນຳໃຊ້ລະບົບ ໂມບາຍແບງຄິງ (Mobile Banking) ທີ່ໃຊ້ແທນປຶ້ມເງິນຝາກ ຫລືທີ່ເອີ້ນວ່າ ແອັບກະເປົ໋າ (Kapao) ເພື່ອຕອບສະໜອງບໍລິການດ້ານການເງິນຈຸລະພາກຮັບຝາກ-ຖອນ ໃຫ້ກັບກຸ່ມຄົນທົ່ວໄປທີ່ມີລາຍຮັບຕຳ່, ເຂົ້າຫາແຫລ່ງທຶນໄດ້ຍາກ ຫລືບໍ່ມີເງື່ອນໄຂພຽງພໍໃນການນຳໃຊ້ບໍລິການກັບບັນດາທະນາຄານຫລືສະຖາບັນການເງິນຈຸລະພາກອື່ນໆ.
ໃນແຜນການຕໍ່ໄປ ພວກເຮົາຈະສືບຕໍ່ໃນການພັດທະນາບໍລິການແບບດີຈີຕ້ອນເພື່ອຕອບສະໜອງກຸ່ມລູກຄ້າຂອງພວກເຮົາໃຫ້ແທດເໝາະກັບວິໄສທັດຂອງ ທະນາຄານ ແຫ່ງ ສປປ ລາວ ສຳຫລັບການເຂົ້າເຖິງບໍລິການດ້ານການເງິນ ແນ່ໃສ່ການປັບປຸງສະຫວັດດີການຄົວເຮືອນ, ເພີ້ມປະສິດທິຜົນທາງດ້ານເສດຖະກິດ ແລະ ສະໜັບສະໜູນການຂະຫຍາຍຕົວຂອງກຸ່ມເປົ້າໝາຍແບບຈຸລະພາກ.
“ພວກເຮົາພ້ອມແລ້ວກັບການພັດທະນາເຕັກໂນໂລຢີໃໝ່ໆໃນການດຳລົງຊີວິດ”