20/04/2026
ເປີດບັ້ນແຂ່ງຂັນນັກຮຽນເກັ່ງ ຊັ້ນມັດທະຍົມ
ສຶກສາ ລະດັບຊາດ ປະຈໍາສົກຮຽນ 2025-2026
ກະຊວງສຶກສາທິການ ແລະ ກິລາ (ສສກ) ເປີດບັ້ນສອບເສັງແຂ່ງຂັນນັກຮຽນເກັ່ງ ຊັ້ນມັດທະຍົມສຶກສາ ລະດັບຊາດ ທົ່ວປະເທດ ປະຈໍາສົກຮຽນ 2025-2026 ໃນວັນທີ 20 ເມສາ 2026 ຢູ່ໂຮງແຮມ ດອນຈັນພາເລຊ໌ ທີ່ນະຄອນຫລວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີທ່ານ ນາງ ນວມຄໍາ ຈັນທະບູລີ ຫົວໜ້າກົມສາມັນ ສຶກສາ ກະຊວງສຶກສາທິການ ແລະ ກິລາ , ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ໂອກາດນີ້, ທ່ານ ນາງ ດາລາວອນ ກິດຕິພັນ ໄດ້ຮຽກຮ້ອງມາຍັງຄະນະກຳມະການ, ອະນຸກຳ ມະການທຸກຝ່າຍ ຍົກສູງການປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ, ຍຸຕິທໍາ, ໂປ່ງໃສ ແລະ ສາ ມາດກວດສອບໄດ້; ສ່ວນຄູທີ່ນໍາພານັກຮຽນ ແມ່ນໃຫ້ມີຄວາມຮັບຜິດຊອບໃນການຊີ້ນໍາ-ນໍາພານັກ ຮຽນຂອງຕົນປະຕິບັດລະບຽບການຕ່າງໆຢ່າງເຂັ້ມງວດ, ຮັກສາຄວາມປອດໄພ, ປະຕິບັດໂມງເວລາ, ການໄປ-ມາ. ນອກນັ້ນ, ກໍຕ້ອງເອົາໃຈໃສ່ເກັບກຳຮູບແບບການຈັດກິດຈະກໍາຕ່າງໆ ກ່ຽວກັບການສອບ ເສັງແຂ່ງຂັນ ແລະ ຖອດຖອນບົດຮຽນດ້ານດີ ເພື່ອນໍາໄປຈັດຕັ້ງຜັນຂະຫຍາຍເຂົ້າໃນຂົງເຂດທີ່ຕົນເອງຮັບຜິດຊອບ ສ່ວນນັກສອບເສັງແຂ່ງຂັນ ກໍຕ້ອງມີຄວາມຊື່ສັດ, ປະຕິບັດຕາມກົດລະບຽບຂອງການສອບເສັງຢ່າງເຂັ້ມງວດ, ມີສະມາທິ ແລະ ຕັ້ງໃຈຈົດຈໍ່ຕໍ່ຄຳຖາມໃນການສອບເສັງ, ສ້າງຄວາມຮັກແພງສາມັກຄີກັບໝູ່ເພື່ອນທີ່ເປັນນັກສອບເສັງດ້ວຍກັນ, ເວລາໄປທັດສະນະສຶກສາກໍຕ້ອງຈົດຈໍາ, ຮຽນຮູ້ ບົດຮຽນຕ່າງໆ ເພື່ອໄປບອກເລົ່າໃຫ້ໝູ່ເພື່ອນພີ່ນ້ອງໃນທ້ອງຖິ່ນຂອງຕົນ.
ການສອບເສັງແຂ່ງຂັນນັກຮຽນເກັ່ງ ຊັ້ນມັດທະຍົມສຶກສາລະດັບຊາດ ປະຈຳສົກຮຽນ 2025-2026 ມີການສອບເສັງໃນ 4 ວິຊາຫລັກ ຄື: ວິຊາພາສາລາວ-ວັນນະຄະດີ, ຄະນິດສາດ, ຟີຊິກສາດ ແລະ ວິຊາເຄມີສາດ, ພ້ອມທັງມີການສອບເສັງ ຖາມ-ຕອບວິທະຍາສາດ ສຳລັບ ຊັ້ນ ມ.4 ແລະ ມ.7 ໂດຍມີນັກສອບເສັງທີ່ມາຈາກ ນະຄອນຫລວງວຽງຈັນ ແລະ 17 ແຂວງ ລວມທັງໝົດ 288 ຄົນ, ຍິງ 165 ຄົນ. ການສອບເສັງຄັ້ງນີ້, ເປັນກິດຈະກຳບຸລິມະສິດທີ່ມີຄວາມສໍາຄັນ ແລະ ໄດ້ຈັດຕັ້ງປະຕິບັດທຸກສົກຮຽນ ເພື່ອວັດ ແລະ ປະເມີນຜົນ ຜົນສໍາເລັດດ້ານການສິດສອນຂອງຄູ ແລະ ຜົນການຮຽນຂອງນັກຮຽນ; ສ້າງໂອກາດໃຫ້ນັກຮຽນໄດ້ສະແດງອອກ ດ້ານຄວາມຮູ້-ຄວາມສາມາດ, ພອນສະຫວັນ ແລະ ຫົວຄິດປະດິດສ້າງຂອງຕົນເອງ; ສົ່ງເສີມ ແລະ ຊຸກຍູ້ຂະບວນການສອນດີ-ຮຽນເກັ່ງ ຢູ່ໃນໂຮງ ຮຽນມັດທະຍົມ ໃນຂອບເຂດທົ່ວປະເທດ ໃຫ້ມີລັກສະນະແຂ່ງຂັນ ແລະ ມີຄຸນນະພາບ ແລະ ໃຫ້ນັກຮຽນໄດ້ມີຄວາມບຸກບືນ ແລະ ແຂ່ງຂັນກັນຮຽນຫລາຍຂຶ້ນ. ນອກຈາກການສອບເສັງແລ້ວຍັງຈະໄດ້ນໍາພານັກຮຽນໄປທັດສະນະສຶກສາ ສະຖານທີ່ປະຫັວດສາດ, ມູນເຊື້້ອວັດທະນະທໍາ ແລະ ໂຮງຮຽນມັດທະຍົມນານາຊາດ ຕື່ມອີກ. ສ່ວນຜົນການສອບເສັງ ຈະໄດ້ປະກາດໃນວັນທີ 24 ເມສາ 2026 ນີ້.